ໃນຕອນບ່າຍຂອງ ວັນທີ 28 ມີນາ, PMU ໄດ້ສືບຕໍ່ຮ່ວມປະຊຸຸມ ປືກສາຫາລື ແລະ ຮັບຟັງລາຍງານ ຄວາມຄືບໜ້າ ຂອງໂຄງການ ກໍ່ສ້າງຄອງລະບາຍນໍ້າ ຢູ່ທີ່ ຫ້ອງປະຊຸມ ພຊສ ແຂວງອຸດົມໄຊ. ເຊິ່ງມີຜູ້ຕາງໜ້າ ເຂົ້າຮ່ວມ ຈາກ ພຊສ ແຂວງ, ພະແນກ ຍທຂ ແຂວງ ແລະ ບໍລິສັດຮັບເໝົາກໍ່ສ້າງ. ພ້ອມທັງ ລົງ ພາກສະໜາມ ເພື່ອຕິດຕາມຄວາມຄືບໜ້າ ຂອງການ ຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຄອງລະບາຍນໍ້າ ແລະ ໂຮງຮຽນ ສີຂຽວ ຢູ່ໂຮງຮຽນ ມສ ດອນໄຊ