EN
LA
EbA
Ecosystem-based Adaptation
ໃນວັນທີ 7 ກຸມພາ 2025 ທີ່ມະຫາວິທະຍາໄລມະຫາສາລະຄາມ ໂດຍຄະນະວິສະວະກຳສາດ ຄະນະສະຖາປັດຕະຍະກຳສາດ ຜັງເມືອງແລະນະລິມິດສິນ ແລະຄະນະສິ່ງແວດລ້ອມແລະທຳມະຊາດສາດ ໄດ້ລົງນາມບັນທຶກຄວາມຮ່ວມມືທາງວິຊາການ (MOA) ກັບມະຫາວິທະຍາໄລແຫ່ງຊາດລາວ (National University of Laos) ຢູ່ທີ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໂດຍມີຮອງສາດສະຕາຈານ ດຣ.ປະຍຸກ ສີວິໄລ ຜູ້ຮັກສາລາຊະການແທນອະທິການບໍດີມະຫາວິທະຍາໄລມະຫາສາລະຄາມ ນຳທີມຜູ້ບໍລິຫານຮ່ວມລົງນາມເພື່ອຜະສານຄວາມເຂັ້ມແຂງທາງວິຊາການ ຜ່ານການແລກປ່ຽນອົງຄະວາມຮູ້ ຊັບພະຍາກອນ ບຸກຄະລາກອນ ນັກສຶກສາ ແລະການພັດທະນາຫຼັກສູດຮ່ວມກັນ.
ໃນຕອນບ່າຍຂອງ ວັນທີ 28 ມີນາ, PMU ໄດ້ສືບຕໍ່ຮ່ວມປະຊຸຸມ ປືກສາຫາລື ແລະ ຮັບຟັງລາຍງານ ຄວາມຄືບໜ້າ ຂອງໂຄງການ ກໍ່ສ້າງຄອງລະບາຍນໍ້າ ຢູ່ທີ່ ຫ້ອງປະຊຸມ ພຊສ ແຂວງອຸດົມໄຊ. ເຊິ່ງມີຜູ້ຕາງໜ້າ ເຂົ້າຮ່ວມ ຈາກ ພຊສ ແຂວງ, ພະແນກ ຍທຂ ແຂວງ ແລະ ບໍລິສັດຮັບເໝົາກໍ່ສ້າງ. ພ້ອມທັງ ລົງ ພາກສະໜາມ ເພື່ອຕິດຕາມຄວາມຄືບໜ້າ ຂອງການ ຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຄອງລະບາຍນໍ້າ ແລະ ໂຮງຮຽນ ສີຂຽວ ຢູ່ໂຮງຮຽນ ມສ ດອນໄຊ
ກິດຈະກຳ ກໍ່ສ້າງອ່າງແຂວງຜົ້ງສາລີ
ກິດຈະກຳ ປູກປ່າຍອດນໍ້າ ແຂວງຜົ້ງສາລີ
ກິດຈະກຳ ປູກຜັກສວນຄົວ ຜສລ
ປູກຫຍ້າແຝກເຂດຮ່ອງລະບາຍນ້ຳ